lo_deu_text_ulb_l3/29/22.txt

1 line
1.5 KiB
Plaintext

\v 22 ຄົນລຸ້ນນັ້ນຈະມາເຖິງ ຄືພວກລູກຫລານທີ່ເຕີບໂຕນັ້ນມາຫລັງຈາກພວກທ່ານເເລະຄົນຕ່າງຊາດທີ່ມາຈາກດິນເເດນຫ່າງໄກ ຈະເວົ້າເມື່ອພວກເຂົາເຫັນໄພພິບັດຕ່າງໆ ທີ່ພຣະຢາເວໄດ້ເຮັດໃຫ້ປ່ວຍນັ້ນ \v 23 ເເລະເມື່ອພວກເຂົາເບິ່ງເຫັນວ່າດິນເເດນທັງຫມົດໄດ້ກາຍເປັນກຳມະຖັນ ເເລະເກືອທີ່ຖືກເຜົາໄຟ ຊຶ່ງບໍ່ມິີການວ່ານຫລືການອອກຜົນບໍ່ມີການປູກຜັກເຫມືອນການຖືກທຳລາຍ ຂອງໂສດົມ ໂກໂມຣາ ເມືອງອັດມາເເລະເຊບົວອິມ ທີ່ພຣະຢາເວໄດ້ທຳລາຍດ້ວຍຄວາມພິໂລດຂອງພຣະອົງ \v 24 ພວກເຂົາຈະເວົ້າພ້ອມກັນກັບຊົນຊາດອື່ນໆ ທັງຫມົດວ່າ "ເປັນຫຍັງພຣະຢາເວຈຶ່ງເຮັດສິ່ງນີ້ຕໍ່ດິນເເດນນີ້? ພິໂລດອັນຮຸນເເຮງນີ້ຫມາຍຄວາມວ່າເເນວໃດ