lo_deu_text_ulb_l3/05/12.txt

1 line
1.5 KiB
Plaintext

\v 12 ຈົ່ງຮັກສາວັນສະບາໂຕໃຫ້ເປັນວັນບໍຣິສຸດ, ດັ່ງທີ່ພຣະຢາເວພຣະເຈົ້າຂອງພວກເຈົ້າໄດ້ຊົງສັ່ງພວກເຈົ້າ. \v 13 ພວກເຈົ້າຈະອອກເເຮງ ຫລື ເຮັດວຽກທັງຫມົດຂອງເຈົ້າໃນເວລາຫົກວັນ; \v 14 ເເຕ່ວັນທີເຈັດຄືວັນສະບາໂຕ ຈົ່ງຖວາຍເເດ່ພຣະຢາເວພຣະເຈົ້າຂອງພວກເຈົ້າ. ໃນວັນນັ້ນພວກເຈົ້າຈະບໍ່ເຮັດວຽກໃດໆ - ບໍ່ວ່າໂຕເຈົ້າ, ຫລືລູກຊາຍຂອງພວກເຈົ້າ, ຫລືລູກສາວຂອງພວກເຈົ້າ, ຫລື ຂ້າທາດຊາຍ, ເເລະ ທາດຍິງ, ຫລື ງົວຂອງພວກເຈົ້າ, ຫລືລາຂອງພວກເຈົ້າ, ຫລືຝູງສັດໃດໆຂອງພວກເຈົ້າ, ຫລືຄົນຕ່າງຊາດຢູ່ທີ່ປະຕູຂອງພວກເຈົ້ານັ້ນ. ສິ່ງນີ້ເພື່ອໃຫ້ຄົນຮັບໃຊ້ຊາຍ ເເລະ ຄົນຮັບຍິງຂອງພວກເຈົ້າໄດ້ພັກຜ່ອນເຊັ່ນດຽວກັບພວກເຈົ້າ.