lo_deu_text_ulb_l3/19/01.txt

1 line
1.6 KiB
Plaintext

\c 19 \v 1 ເມື່ອພຣະຢາເວພຣະເຈົ້າຂອງພວກທ່ານທຳລາຍຊົນຊາດຕ່າງໆ ຄືຄົນເຫລົ່ານັ້ນທີ່ພຣະຢາເວພຣະເຈົ້າຂອງພວກທ່ານກຳລັງຈະປະທານດິນເເດນຂອງພວກເຂົາໃຫ້ເເກ່ພວກທ່ານເເລະເມື່ອພວກທ່ານຂັບໄລ່ພວກເຂົາເເລະເຂົ້າອາໄສຢູ່ໃນບັນດາເມືອງເເລະບ້ານເຮືອນຕ່າງໆ ຂອງພວກເຂົາ \v 2 ພວກທ່ານຈົ່ງເລືອກເມືອງສາມເມືອງສຳລັບພວກທ່ານເອງຊຶ່ງຢູ່ທາງກາງຂອງດິນເເດນຂອງພວກທ່ານທີ່ພຣະຍາເວພຣະເຈົ້າຂອງ \v 3 ພວກທ່ານກຳລັງຈະປະທ່ານໃຫ້ພວກທ່ານຍຶດຄອງ ພວກທ່ານຕ້ອງສ້າງຖະຫນົນສາຍຫນຶ່ງເເລະເເບ່ງເຂດເເດນຕ່າງໆ ໃນດິນເເດນຂອງພວກທ່ານເປັນສາມສ່ວນ ດິນເເດນທີ່ພຣະຢາເວພຣະເຈົ້າຂອງພວກທ່ານໄດ້ເປັນມໍລະດົກ ເພື່ອວ່າທຸກຄົນທີ່ຂ້າບຸກຄົນອື່ນຈະຫນີໄປທີ່ນັ້ນ