lo_deu_text_ulb_l3/07/20.txt

1 line
1.3 KiB
Plaintext

\v 20 ຍິ່ງໄປກວ່ານັ້ນ, ພຣະຢາເວພຣະເຈົ້າຂອງພວກທ່ານຈະສົ່ງຝູງຕໍ່ມາທ່າມກາງພວກເຂົາ, ຈົນກວ່າບັນດາຄົນເຫລົ່ານັ້ນທີ່ຫລົງເຫລືອ ເເລະ ລີ້ຢູ່ຈາກພວກທ່ານຈະຖືກກຳຈັດໄປຫມົດຕໍ່ຫນ້າພວກທ່ານ. \v 21 ພວກທ່ານຈະບໍ່ຢ້ານພວກເຂົາ, ເພາະພຣະຢາເວພຣະເຈົ້າຂອງທ່ານຊົງຢູ່ທ່າມກາງຂອງພວກທ່ານ, ພຣະເຈົ້າຊົງຍິ່ງໃຫຍ່ເເລະ ຫນ້າຢຳເກງ. \v 22 ພຣະຢາເວພຣະເຈົ້າຂອງທ່ານຈະຊົງຂັບໄລ່ຊົນຊາດຕ່າງໆ ເຫລົ່ານັ້ນຕໍ່ຫນ້າພວກທ່ານ ເທື່ອລະຫນ້ອຍ. ພວກທ່ານຈະບໍ່ໄດ້ສູ້ຮົບຊະນະພວກເຂົາໃນຄັ້ງດຽວ, ຫລື ສັດປ່າທັງຫລາຍທີ່ຢູ່ອ້ອມຮອບພວກທ່ານຈະເພີ່ມຫລາຍຂຶ້ນ.