lo_deu_text_ulb_l3/07/09.txt

1 line
1.4 KiB
Plaintext

\v 9 ດ້ວຍເຫດນີ້ຈົ່ງຮູ້ຈັກພຣະຢາເວຂອງພວກທ່ານ - ພຣະອົງຊົງເປັນພຣະເຈົ້າ, ພຣະເຈົ້າຜູ້ຊົງສັດຊື່, ຜູ້ຊົງຮັກສາພັນທະສັນຍາ ເເລະ ຄວາມສັດຊື່ໄປຈົນເປັນພັນຊົ່ວອາຍຸສຳລັບຜູ້ທີ່ຮັກພຣະອົງ ເເລະ ຮັກສາບັນຍັດທັງຫລາຍຂອງພຣະອົງ, \v 10 ເເຕ່ຊົງຕອບສະຫນອງບັນດາຄົນເຫລົ່ານັ້ນທີ່ກຽດຊັງພຣະອົງຕໍ່ຫນ້າຂອງພວກເຂົາ, ຊົງທຳລາຍພວກເຂົາ; ພຣະອົງບໍ່ໄດ້ຊົງປານີຕໍ່ຄົນໃດທີ່ກຽດຊັງພຣະອົງ; ພຣະອົງຈະຊົງຕອບສະຫນອງຕໍ່ຫນ້າຂອງເຂົາເອງ. \v 11 ດ້ວຍເຫດນີ້ພວກທ່ານຈະຖືຮັກສາຄຳສັ່ງ, ກົດບັນຍັດ, ເເລະກົດເກນທັງຫລາຍທີ່ຂ້ານ້ອຍສັ່ງພວກທ່ານໃນມື້ນີ້ ເພື່ອພວກທ່ານຈະເຮັດຕາມຖ້ອຍຄຳເຫລົ່ານີ້.