lo_deu_text_ulb_l3/06/01.txt

1 line
1.2 KiB
Plaintext

\c 6 \v 1 ດັ່ງນັ້ນເຫລົ່ານີ້ຄືຄຳສັ່ງ, ກົດບັນຍັດ, ເເລະກົດເກນຕ່າງໆ ທີ່ພຣະຢາເວພຣະເຈົ້າຂອງພວກທ່ານໄດ້ຊົງສັ່ງພວກທ່ານ, ເພື່ອວ່າພວກທ່ານຈະຖືຮັກສາໄວ້ໃນດິນເເດນທີ່ພວກທ່ານກຳລັງຈະຂ້າມເເມ່ນ້ຳຈໍເເດນໄປເພື່ືອຢຶດຄອງນັ້ນ; \v 2 ເພື່ອວ່າພວກທ່ານຈະໃຫ້ກຽດພຣະຢາເວພຣະເຈົ້າຂອງພວກທ່ານ, ເມື່ອພວກທ່ານຖືຮັກສາພຣະບັນຍັດ ເເລະ ຄຳສັ່ງທັງຫລາຍຂອງພຣະອົງທີ່ຂ້ານ້ອຍກຳລັງສັ່ງພວກທ່ານ - ຄືພວກທ່ານ, ບັນດາລູກຊາຍຂອງພວກທ່ານ, ຕະຫລອດທຸກວັນໃນຊີວິດຂອງພວກທ່ານ, ເພື່ອວັນເວລາຂອງພວກທ່ານຈະຍືນຍາວ.