lo_deu_text_ulb_l3/03/19.txt

1 line
1.3 KiB
Plaintext

\v 19 ເເຕ່ເມຍຂອງພວກທ່ານ, ລູກໆ ເເລະ ຝູງສັດຂອງພວກທ່ານ (ຂ້ານ້ອຍຮູ້ວ່າພວກທ່ານມີຝູງສັດຈຳນວນຫລາຍ), ຈະຍັງຄົງຢູ່ໃນເມືອງຕ່າງໆ ຂອງພວກທ່ານທີ່ເຮົາໄດ້ມອບໃຫ້ເເກ່ພວກທ່ານນັ້ນ, \v 20 ຈົນກວ່າພຣະຢາເວຈະປະທານການພັກສະຫງົບໃຫ້ເເກ່ພີ່ນ້ອງຂອງພວກທ່ານ, ຄືກັບພຣະອົງໄດ້ປະທານໃຫ້ເເກ່ພວກທ່ານ, ຈົນກວ່າເຂົາໄດ້ຢຶດຄອງດິນເເດນຂອງພຣະຢາເວພຣະເຈົ້າຂອງພວກທ່ານຈະຊົງມອບໃຫ້ເເກ່ພວກເຂົາຄືດິນເເດນອີກຟາກຫນຶ່ງຂອງເເມ່ນ້ຳຈໍເເດນນັ້ນ; ຈາກນັ້ນພວກທ່ານຄືພວກຜູ້ຊາຍທຸກຄົນ, ຈະກັບມາຍັງດິນເເດນທີ່ເຮົາໄດ້ມອບໃຫ້ເເກ່ພວກທ່ານເເລ້ວນັ້ນ.'