lo_deu_text_ulb_l3/31/19.txt

1 line
1.4 KiB
Plaintext

\v 19 ບັດນີ້ຈົ່ງຂຽນບົດເພງນີ້ເພື່ອໂຕຂອງພວກເຈົ້າເອງເເລະສອນເພງນັ້ນໃຫ້ເເກ່ປະຊາຊົນອິກສະຣາເອນ ຈົ່ງໃສ່ໄວ້ໃນປາກຂອງພວກເຂົາ ເພື່ອບົດເພງນີ້ຈະເປັນພະຍານໃນການຕໍ່ສູ້ກັບປະຊາຊົນ ອິດສະຣາເອນ \v 20 ເພາະເມື່ອເຮົາຈະໄດ້ນຳພວກເຂົາເຂົ້າມາໃນດິນເເດນທີ່ເຮົາໄດ້ສັນຍາວ່າຈະມອບໃຫ້ເເກ່ບັນພະບູລຸດຂອງພວກເຂົາ ຄື້ດິນເເດນທີ່ເຕັມດ້ວຍນ້ຳນົມເເລະນ້ຳເຜິ້ງ ເເລະເມື່ອພວກເຂົາໄດ້ກິນເເລະອີ່ມຫນຳເເລະອ້ວນພີ ເເລ້ວພວກເຂົາຈະຫັນໄປຫາພະອື່ນໆ ເເລະພວກເຂົາຈະປະຕິບັດພະເຫລົ່ານັ້ນເເລະພວກເຂົາຈະດູຫມິ່ນປະຫມາດເຮົາ ເເລະ ພວກເຂົາຈະດູຫມິ່ນເຮົາເເລະພວກເຂົາຈະທຳລາຍພັນທະສັນຍາເຮົາ