lo_deu_text_ulb_l3/04/30.txt

1 line
1.0 KiB
Plaintext

\v 30 ເມື່ອພວກທ່ານຢູ່ໃນຄວາມໂສກເສົ້າ, ເເລະ ເມື່ອສິ່ງຕ່າງໆເຫລົ່ານີ້ທັງຫມົດມາເຫນືອພວກທ່ານ, ໃນວັນເຫລົ່ານັ້ນຕໍ່ມາພວກທ່ານຈະຫັນກັບຫາພຣະຢາເວ ພຣະເຈົ້າຂອງພວກທ່ານ ເເລະ ຟັງສຽງຂອງພຣະອົງ. \v 31 ເພາະພຣະຢາເວພຣະເຈົ້າຂອງພວກທ່ານຊົງເປັນພຣະເຈົ້າຜູ້ຊົງເມດຕາ; ພຣະອົງຈະບໍ່ເຮັດໃຫ້ພວກທ່ານຜິດຫວັງຫລື ທຳລາຍພວກທ່ານ, ຫລືຊົງລືມພັນທະສັນຍາຂອງບັນດາບັນພະບູລຸດຂອງພວກທ່ານທີ່ພຣະອົງໄດ້ຊົງສັນຍາເອົາໄວ້ກັບພວກເຂົາ.