lo_deu_text_ulb_l3/02/13.txt

1 line
1.2 KiB
Plaintext

\v 13 "'ບັດນີ້ຈົ່ງລຸກຂຶ້ນ ເເລະ ຂ້າມແມ່ນໍ້າເຊເຣັດ.' ດັ່ງນັ້ນພວກເຮົາຈຶ່ງຂ້າມແມ່ນໍ້າເຊເຣັດ. \v 14 ບັດນີ້ນັບຈາກທີ່ພວກເຂົາມາຈາກຄາເດັດບາເນຍ ຈົນວ່າພວກເຮົາໄດ້ຂ້າມແມ່ນໍ້າເຊເຣັດແລ້ວ, ເປັນເວລາທັງຫມົດສາມສິບເເປດປີ. ໃນເວລານັ້ນເອງທີ່ຜູ້ຊາຍທັງຫມົດໃນຄົນລຸ້ນນັ້ນທີ່ຖືກຕຽມໄວ້ເພື່ອສູ້ຮົບໄດ້ຕາຍຈາກທ່າມກາງປະຊາຊົນ, ຕາມທີ່ພຣະຢາເວໄດ້ຊົງສັນຍາເເກ່ພວກເຂົາ. \v 15 ຫລາຍກວ່ານັ້ນ, ມືຂອງພຣະຢາເວໄດ້ຊົງຕໍ່ສູ້ປະຊາຊົນລຸ້ນນັ້ນເພື່ອທຳລາຍເຂົາຈາກປະຊາຊົນຈົນກວ່າພວກເຂົາຈະຫມົດສິ້ນໄປ.