lo_deu_text_ulb_l3/20/16.txt

1 line
1.4 KiB
Plaintext

\v 16 ໃນເມືອງຕ່າງໆ ຂອງປະຊາຊົນເຫລົ່ານີ້ທີ່ພຣະຢາເວພຣເຈົ້າຂອງພວກທ່່ານກຳລັງຈະປະທານໃຫ້ເເກ່ພວກທ່ານເປັນມໍລະດົກ ພວກທ່ານຕ້ອງບໍ່ປ່ອຍໃຫ້ສິ່ງໃດລອດຊີວິດ \v 17 ເເຕ່ພວກທ່ານຕ້ອງທຳລາຍພວກເຂົາໃຫ້ຫມົດ ຄື ຊາວອາໂມໄຣ ຊາວຄານາອັນ ຊາວເປຣິຊີ ຊາວຮີໄວ ເເລະຊາວເຢບຸດ ຕາມທີ່ພຣະຢາເວພຣະເຈົ້າຂອງພວກທ່ານໄດ້ຊົງບັນຊາພວກທ່ານນັ້ນ \v 18 ຈົ່ງເຮັດສິ່ງນີ້ເພື່ອວ່າພວກເຂົາຈະບໍ່ສອນພວກທ່ານໃຫ້ເຮັດວິທີທີ່ຫນ້າລັງກຽດຂອງພວກເຂົາ ຄືກັບພວກເຂົາທີ່ໄດ້ເຮັດເເກ່ພະຕ່າງໆ ຂອງພວກເຂົານັ້ນ ຖ້າຫາກພວກທ່ານເຮັດ ພວກທ່ານຈະເຮັດບາບຕໍ່ພຣະຢາເວພຣະເຈົ້າຂອງພວກທ່ານ