lo_deu_text_ulb_l3/04/19.txt

1 line
1.2 KiB
Plaintext

\v 19 ພວກທ່ານຢ່າເປີດຕາພວກທ່ານເບິ່ງຂຶ້ນໄປເທິງຟ້າສະຫວັນ ເເລະ ເບິ່ງທີ່ດວງຕາເວັນ, ດວງເດືອນ, ຫລື ດວງດາວຕ່າງໆ - ຄືບໍລິເວນທັງຫມົດຂອງຟ້າສະຫວັນ - ເເລະ ຖືກພາໃຫ້ນະມັດສະການສິ່ງເຫລົ່ານັ້ນ ເເລະ ບູຊາສິ່ງເຫລົ່ານັ້ນຄືສິ່ງຕ່າງໆເຫລົ່ານັ້ນທີ່ພຣະຢາເວພຣະເຈົ້າຂອງພວກທ່ານໄດ້ປະທານໃຫ້ປະຊາຊົນທຸກຄົນພາຍໃຕ້ທ້ອງຟ້າທັງຫມົດ. \v 20 ເເຕ່ພຣະຢາເວໄດ້ເອົາທ່ານ ເເລະ ນຳທ່ານອອກມາຈາກເຕົົາເຫລັກ, ຄືອອກຈາກເອຢິບ, ເພື່ອເປັນປະຊາຊົນທີ່ເປັນມໍລະດົກຂອງພຣະອົງເອງ, ຢ່າງທີ່ພວກທ່ານເປັນຄືທຸກມື້ນີ້.