lo_deu_text_ulb_l3/01/26.txt

1 line
1.5 KiB
Plaintext

\v 26 ເເຕ່ພວກທ່ານປະຕິເສດທີ່ຈະໂຈມຕີ, ເເລະ ຍັງກະບົດຕໍ່ພຣະບັນຊາຕໍ່ພຣະຢາເວພຣະເຈົ້າຂອງເຈົ້າ. \v 27 ພວກທ່ານໄດ້ຈົ່ມວ່າໃນເຕັນຂອງພວກທ່ານ ແລະ ໄດ້ກ່າວວ່າ, 'ນີ້ເປັນເພາະພຣະຢາເວ ຊົງກຽດຊັງພວກເຮົາ ພຣະອົງຈຶ່ງໄດ້ນຳພວກເຮົາອອກມາຈາກດິນເເດນເອຢິບ, ເພື່ອມອບພວກເຮົາເອົາໄວ້ໃນມືຂອງຄົນອາໂມຣິດໃຫ້ທຳລາຍພວກເຮົາເສຍ. \v 28 ພວກເຮົາສາມາດໄປທີ່ໃດໃນເວລານີ້? ພວກອ້າຍນ້ອງຂອງພວກເຮົາ ໄດ້ເຮັດໃຫ້ຫົວໃຈພີ່ນ້ອງຂອງເຮົາສະຫລາຍ, ໂດຍກ່າວວ່າ, 'ຄົນພວກນັ້ນໂຕໃຫຍ່ກວ່າ ເເລະ ສູງກວ່າເຮົາຫລາຍ; ບັນດາເມືອງຂອງພວກເຂົາກໍ ໃຫຍ່ໂຕ ເເລະ ມີກຳລັງຫລາຍຈົນເຖິງສະຫວັນ; ຍິ່ງກວ່ານັ້ນ ພວກເຮົາໄດ້ເຫັນພວກລູກຊາຍຂອງອານາຄິມຢູ່ທີ່ນັ້ນດ້ວຍ.'"