lo_deu_text_ulb_l3/09/27.txt

1 line
1.4 KiB
Plaintext

\v 27 ຂໍຊົງລະນຶກເຖິງບັນດາຜູ້ຮັບໃຊ້ຂອງພຣະອົງ ອັບຣາຮາມ ອີຊາກ ເເລະຢາໂຄບ ຢ່າສົນໃຈໃນຄວາມດຶງດື້ຂອງປະຊາຊົນເຫລົ່ານັ້ນ ຫລືທີ່ຄວາມບາບຂອງພວກເຂົາ \v 28 ເພື່ອວ່າດິນເເດນຈາກທີ່ຂ້ານ້ອຍໄດ້ນຳພວກເຮົາມານັ້ນຈະກ່າວໄດ້ວ່າ ພຣະຢາເວບໍ່ສາມາດນຳພວກເຂົາເຂົ້າໄປໃນດິນເເດນທີ່ພຣະອົງຊົງສັນຍາໄວ້ຕໍ່ພວກເຂົາ ພຣະອົງຈຶຶ່ງໄດ້ນຳພວກເຂົາອອກມາເພື່ອປະຫານພວກເຂົາໃນຖິ່ນຖຸລະກັນດານ \v 29 ເເຕ່ພວກເຂົາຍັງເປັນປະຊາຊົນຂອງພຣະອົງ ເເລະເປັນມໍລະດົກຂອງພຣະອົງ ຜູ້ທີ່ພຣະອົງໄດ້ຊົງນຳອອກມາໂດຍພຣະກຳລັງອັນເຂັ້ມເເຂງເເລະໂດຍການສຳເເດງຣິດອຳນາດຂອງພຣະອົງນັ້ນ