lo_deu_text_ulb_l3/23/09.txt

1 line
1.0 KiB
Plaintext

\v 9 ເມື່ອພວກທ່ານຕັ້ງຂະບວນກອງທັບເພື່ອຕໍ່ສູ້ສັດຕູຂອງພວກທ່ານ ດັ່ງນັ້ນພວກທ່ານຕ້ອງຮັກສາໂຕເອງໃຫ້ພົ້ນຈາກສິ່ງຊົ່ວຮ້າຍທຸກຢ່າງ \v 10 ຖ້າໃນທ່າມກາງພວກທ່ານມີຜູ້ຊາຍຄົນໃດທີ່ເປັນມົນທິນເພາະສິ່ງທີ່ເກີດຂື້ນກັບເຂົາໃນເວລາກາງຄືນເເລ້ວເຂົາຕ້ອງອອກໄປຈາກຄ້າຍຂອງກອງພັນນັ້ນ ເຂົາຕ້ອງບໍກັບເຂົ້າມາໃນຄ້າຍອີກ \v 11 ເມື່ອຮອດຕອນເເລງເຂົາຕ້ອງຊຳລະໂຕໃຫ້ສະອາດດ້ວຍນ້ຳ ເມື່ອດວງອາທິດຕົກ ເຂົາຈຶ່ງຈະກັບເຂົ້າມາໃນຄ້າຍໄດ້