lo_deu_text_ulb_l3/04/25.txt

1 line
1.5 KiB
Plaintext

\v 25 ເມື່ອພວກທ່ານໃຫ້ກຳເນີດບັນດາລູກເເລະຫລານທັງຫລາຍ ເມື່ອພວກທ່ານຈະອາໄສຢູ່ໃນດິນເເດນນັ້ນເປັນເວລາດົນ ເເລະຖ້າພວກທ່ານຈະເຮັດໂຕໃຫ້ເຊື່ອມເສຍ ເເລະສ້າງຮູບເເກະສະຫລັກເປັນຮູບຊົງຂອງສິ່ງໃດໆ ເເລະເຮັດສິ່ງຊົ່ວຮ້າຍໃນສາຍພະເນດພຣະເຈົ້າຢາເວພຣະເຈົ້າຂອງພວກທ່ານ ຊຶ່ງເປັນການຢົ້ວຢຸໃຫ້ພຣະອົງຊົງພະພິໂລດ \v 26 ຂ້ານ້ອຍອັນເຊີນທ້ອງຟ້າເເລະແຜ່ນດິນໂລກໃຫ້ເປັນພະຍານຕໍ່ຕ້ານພວກທ່ານໃນວັນນີ້ ທີ່ບໍ່ຊ້ານານພວກທ່ານຈະພິນາດຢ່າງສິ້ນເຊີງຈາກເເຜ່ນດິນທີ່ພວກທ່ານກຳລັງຈະຂ້າມເເມ່ນ້ຳຢໍເເດນໄປຍຶດຄອງນັ້ນ ພວກທ່ານຈະບໍ່ໄດ້ຢື້ເວລາຂອງພວກທ່ານໃຫ້ຍາວນານເເຕ່ພວກທ່ານຈະຖືກທຳລາຍຢ່າງຫມົດສິ້ນ