lo_deu_text_ulb_l3/32/07.txt

1 line
1006 B
Plaintext

\v 7 ຈົ່ງລະນຶກເຖິງວັນທັງຫລາຍ ຈົ່ງຄິດເຖິງປີທັງຫລາຍທີ່ຜ່ານມາຫລາຍຊົ່ວອາຍຸຈົ່ງຖາມບິດາຂອງພວກທ່ານເເລະເຂົາຈະສະເເດງໃຫ້ພວກທ່ານເຫັນ ພວກຜູ້ໃຫຍ່ທັງຫລາຍເເລະພວກເຂົາຈະບອກພວກທ່ານ \v 8 ເມື່ອອົງສູງສຸດໄດ້ປະທານຊົນຊາດທັງຫລາຍໃຫ້ເປັນມໍລະດົກພວກເຂົາ ພຣະອົງກະຈາຍມະນຸດທັງຫມົດເເລະພຣະອົງໄດ້ຊົງຕັ້ງຂອບເຂດໃຫ້ກັບປະຊາຊົນເຫລົ່ານັ້ນ ດັ່ງທີ່ພຣະອົງໄດ້ກຳນົດຈຳນວນບັນດາພະຂອງພວກເຂົານັ້ນ