lo_deu_text_ulb_l3/32/05.txt

1 line
924 B
Plaintext

\v 5 ພວກເຂົາໄດ້ເຮັດຢ່າງຊົ່ວເພື່ອຕໍ່ສູ້ກັບພຣະອົງ ພວກເຂົາບໍ່ເເມ່ນລູກທັງຫລາຍຂອງພຣະອົງນັ້ນເປັນຄວາມອັບປະຍັດຂອງພວກເຂົາ ພວກເຂົາເປັນຊົນລຸ້ນທີ່ຫລົງຜິດເເລະບໍ່ຊື່ສັດ \v 6 ພວກທ່ານໂງ່ ເເລະບໍ່ມີສະຕິ ພວກທ່ານຕອບເເທນພຣະຢາເວດ້ວຍວິທີນີ້ບໍ? ພຣະອົງຜູ້ທີ່ໄດ້ຊົງສ້າງພວກທ່ານບໍ່ໄດ້ຊົງເປັນພຣະບິດາຂອງພວກເຈົ້າບໍ? ພຣະອົງໄດ້ຊົງສ້າງເເລະສະຖາປະນາພວກທ່ານ.