lo_deu_text_ulb_l3/30/15.txt

1 line
1.3 KiB
Plaintext

\v 15 ເບິ່ງສາວັນນີ້ຂ້ານ້ອຍໄດ້ວາງໄວ້ຕໍ່ຫນ້າຂອງພວກທ່ານ ຄືຊີວິດກັບສິ່ງດີ ກັບຄວາມຕາຍເເລະສິ່ງຊົ່ວຮ້າຍ \v 16 ຖ້າຫາກພວກທ່ານເຊື່ອຟັງກົດເກນຕ່າງໆຂອງພຣະຢາເວພຣະເຈົ້າຂອງພວກທ່ານ ດັ່ງທີ່ຂ້ານ້ອຍໄດ້ບັນຊາພວກທ່ານໃນວັນນີ້ຮັກພຣະຢາເວພຣະເຈົ້າຂອງພວກທ່ານ ໃຫ້ເດີນຕາມທາງທັງຫມົດຂອງພຣະອົງ ເເລະຖືຮັກສາບັນຍັດຕ່າງໆ ຂອງພຣະອົງ ຂໍ້ບັງຄັບຕ່າງໆ ຂອງພຣະອົງ ເເລະກົດຫມາຍຕ່າງໆຂອງພຣະອົງ ທ່ານຈະມີຊີວິດເເລະທະວີຄູນ ເເລະພຣະຢາເວພຣະເຈົ້າຂອງພວກທ່ານຈະຊົງອວຍພອນພວກທ່ານໃນດິນເເດນທີ່ີພວກທ່ານກຳລັງຈະເຂົ້າໄປຢຶດຄອງນັ້ນ