lo_deu_text_ulb_l3/04/25.txt

1 line
1.5 KiB
Plaintext

\v 25 ເມື່ອພວກທ່ານໃຫ້ກຳເນີດບັນດາລູກເເລະ ຫລານທັງຫລາຍ, ເມື່ອພວກທ່ານຈະອາໄສຢູ່ໃນດິນເເດນນັ້ນເປັນເວລາດົນ, ເເລະ ຖ້າພວກທ່ານຈະເຮັດຕົວໃຫ້ເຊື່ອມເສຍ ເເລະ ສ້າງຮູບເເກະສະຫລັກເປັນຮູບຊົງຂອງສິ່ງໃດໆ, ເເລະ ເຮັດສິ່ງຊົ່ວຮ້າຍໃນສາຍຕາພຣະຢາເວພຣະເຈົ້າຂອງພວກທ່ານ, ຊຶ່ງເປັນການຍົວະໃຫ້ພຣະອົງຊົງໂກດຮ້າຍ - \v 26 ຂ້ານ້ອຍຮ້ອງເຖິງຟ້າສະຫວັນ ເເລະແຜ່ນດິນໂລກໃຫ້ເປັນພະຍານຕໍ່ຕ້ານພວກທ່ານໃນວັນນີ້ ທີ່ບໍ່ຊ້ານານພວກທ່ານຈະພິນາດຢ່າງສິ້ນເຊີງຈາກເເຜ່ນດິນທີ່ພວກທ່ານກຳລັງຈະຂ້າມເເມ່ນ້ຳຈໍເເດນໄປຄອບຄອງນັ້ນ; ພວກທ່ານຈະບໍ່ໄດ້ຢື້ເວລາຂອງພວກທ່ານໃຫ້ຍາວນານເເຕ່ພວກທ່ານຈະຖືກທຳລາຍຢ່າງຫມົດສິ້ນ.