lo_deu_text_ulb_l3/05/25.txt

1 line
1.3 KiB
Plaintext

\v 25 ເເຕ່ເປັນຫຍັງພວກເຮົາຈຶ່ງບໍ່ສົມຄວນຕາຍ? ເພາະໄຟອັນໃຫຍ່ນີ້ຈະເຜົາຜານພວກເຮົາ; ຖ້າພວກເຮົາໄດ້ຍິນສຽງຂອງພຣະຢາເວພຣະເຈົ້າຂອງພວກເຮົາດົນກວ່ານີ້, ພວກເຮົາຕ້ອງຕາຍເເທ້. \v 26 ເພາະນອກເຫນືອຈາກພວກເຮົາ ມີໃຜ ຫລືໃນທ່າມກາງມະນຸດທັງຫມົດທີ່ໄດ້ຍິນສຽງຂອງພຣະເຈົ້າຜູ້ຊົງພຣະຊົນກ່າວອອກມາຈາກກາງໄຟ ເເລະ ຍັງໄດ້ມີຊີວິດຢູ່, ຄືຢ່າງພວກເຮົາໄດ້ເຮັດບໍ? \v 27 ສຳລັບທ່ານນັ້ນ, ທ່ານຄວນໄປ ເເລະຟັງທຸກສິ່ງທີ່ພຣະຢາເວພຣະເຈົ້າຂອງເຮົາກ່າວກັບທ່ານ; ຢໍ້າຄືນທຸກສິ່ງທີ່ພຣະຢາເວພຣະເຈົ້າຂອງເຮົາກ່າວກັບທ່ານເເກ່ພວກເຮົາ; ພວກເຮົາຈະຟັງ; ເເລະ ເຮັດຕາມ.'