lo_deu_text_ulb_l3/01/09.txt

1 line
1016 B
Plaintext

\v 9 ຂ້ານ້ອຍໄດ້ເວົ້າກັບທ່ານໃນເວລານັ້ນວ່າ, 'ຂ້ານ້ອຍບໍ່ສາມາດເເບກພວກທ່ານໄວ້ພຽງຄົນດຽວໄດ້. \v 10 ພຣະຢາເວ ພຣະເຈົ້າຂອງພວກທ່ານໄດ້ຊົງເພີ່ມທະວີຄູນພວກທ່ານ, ເເລະ ເບິ່ງສາ, ໃນວັນນີ້ພວກທ່ານມີຈຳນວນຫລາຍດັ່ງດວງດາວໃນຟ້າສະຫວັນ. \v 11 ຂໍພຣະຢາເວ, ພຣະເຈົ້າຂອງບັນພະບູລຸດຂອງພວກທ່ານ, ຊົງເຮັດໃຫ້ພວກທ່ານເພີ່ມພູນຫລາຍຂຶ້ນອີກເປັນພັນເທົ່າ, ເເລະ ຂໍຊົງອວຍພອນພວກທ່ານຕາມທີ່ຊົງສັນຍາເອົາໄວ້ກັບພວກທ່ານ!