lo_deu_text_ulb_l3/09/17.txt

1 line
1.0 KiB
Plaintext

\v 17 ຂ້ານ້ອຍໄດ້ນຳເເຜ່ນສີລາທັງສອງມາ ແລະ ຖິ້ມລົງຈາກມືຂ້ານ້ອຍ. ຂ້ານ້ອຍທຳລາຍເເຜ່ນສີລານັ້ນຕໍ່ຫນ້າຕໍ່ຕາຂອງພວກທ່ານ. \v 18 ອີກເທື່ອຫນຶ່ງ ຂ້ານ້ອຍໄດ້ກົ້ມຫນ້າລົງຕໍ່ພຣະຢາເວເປັນເວລາສີ່ສິບວັນສີ່ສິບຄືນ; ຂ້ານ້ອຍບໍ່ໄດ້ກິນເຂົ້າຈີ່ ຫລື ກິນນ້ຳເລີຍ, ເພາະຄວາມບາບທັງຫມົດຂອງພວກທ່ານທີ່ພວກທ່ານໄດ້ເຮັດ ໃນການເຮັດເຊັ່ນນັ້ນເປັນສິ່ງທີ່ຊົ່ວຮ້າຍໃນສາຍຕາຂອງພຣະຢາເວ, ຊຶ່ງເປັນການເຮັດໃຫ້ພຣະອົງໂກດຮ້າຍ.