lo_deu_text_ulb_l3/07/14.txt

1 line
971 B
Plaintext

\v 14 ພວກທ່ານຈະໄດ້ຮັບການອວຍພອນຫລາຍຂຶ້ນກວ່າຊົນຊາດອື່ນໆທັງຫມົດ; ຈະບໍ່ມີຜູ້ຊາຍທີ່ເປັນຫມັນ ເເລະ ຜູ້ຍິງທີ່ເປັນຫມັນທ່າມກາງພວກທ່ານ ຫລື ທ່າມກາງຝູງສັດພວກທ່ານ. \v 15 ພຣະຢາເວຈະກຳຈັດໂລກໄພທັງຫລາຍອອກໄປຈາກພວກທ່ານ; ຈະບໍ່ມີໂລກຮ້າຍຂອງເອຢິບທີ່ພວກທ່ານໄດ້ຮູ້ຈັກທີ່ພຣະອົງຈະເຮັດໃຫ້ເກີດຂຶ້ນກັບພວກທ່ານ, ເເຕ່ພຣະອົງຈະເຮັດໃຫ້ເກີດຂຶ້ນກັບບັນດາຄົນເຫລົ່ານັ້ນທີ່ຊັງພວກທ່ານ.