lo_deu_text_ulb_l3/06/20.txt

1 line
1.8 KiB
Plaintext

\v 20 ເມື່ອລູກຊາຍຂອງພວກທ່ານຖາມພວກທ່ານໃນເວລາທີ່ມາເຖິງ, ກ່າວວ່າ, 'ເເມ່ນຫຍັງເເມ່ນກົດເກນ, ກົດສັນຍາຕ່າງໆ, ຕາມພັນທະສັນຍາ, ເເລະ ກົດເກນອື່ນໆ ທີ່ພຣະຢາເວພຣະເຈົ້າຂອງເຮົາໄດ້ຊົງສັ່ງພວກທ່ານໄວ້?' \v 21 ເເລ້ວພວກທ່ານຈະເວົ້າກັບລູກຊາຍຂອງທ່ານວ່າ, 'ພວກເຮົາໄດ້ເຄີຍຕົກເປັນທາດຟາໂຣໃນເອຢິບ; ພຣະຢາເວໄດ້ນຳເຮົາອອກຈາກເອຢິບດ້ວຍພຣະຫັດອັນຊົງຣິດ, \v 22 ເເລະ ພຣະອົງໄດ້ເຮັດຫມາຍສຳຄັນ, ເເລະ ການອັດສະຈັນຕ່າງໆ, ຊົງເຮັດກິດຈະການອັນຍິ່ງໃຫຍ່ ເເລະ ຮຸນເເຮງ, ເຫນືອເອຢິບ, ເຫນືອຟາໂຣ, ເເລະ ເຫນືອຄົວເຮືອນທັງຫມົດຂອງເຂົາ, ຕໍ່ຫນ້າຕໍ່ຕາຂອງພວກເຮົາ; \v 23 ເເລະ ພຣະອົງໄດ້ຊົງນຳເຮົາອອກຈາກທີ່ນັ້ນ, ເພື່ອວ່າພຣະອົງຈະຊົງນຳພວກເຮົາເຂົ້າໄປຍັງດິນເເດນຂອງພຣະອົງທີ່ພຣະອົງຊົງສັນຍາໄວ້ເເກ່ບັນດາບັນພະບູລຸດຂອງພວກເຮົາຈະຊົງມອບໃຫ້ເເກ່ພວກເຮົາ.