lo_deu_text_ulb_l3/28/20.txt

1 line
922 B
Plaintext

\v 20 ພຣະຢາເວຈະຊົງຄຳສາບເເຊ່ງມາເຫນືອພວກທ່ານ, ຄວາມສັບສົນ, ເເລະທຸກຢ່າງໃນມືຂອງພວກທ່ານ, ຈົນກວ່າພວກທ່ານຈະຖືກທຳລາຍເເລະຈົນກວ່າພວກທ່ານຈະພິນາດໄປຢ່າງໄວ,ເພາະການເຮັດອັນຊົ່ວຊ້າຂອງພວກທ່ານ,ທີ່ພວກທ່ານໄດ້ຖິ້ມຂ້ານ້ອຍເສຍ. \v 21 ພຣະຢາເວຈະເຮັດໃຫ້ມີໂຣກຮ້າຍຕິດຢູ່ກັບພວກທ່ານ ຈົນກວ່າພຣະອົງຈະຊົງທຳລາຍພວກທ່ານອອກໄປຈາກດິນເເດນນັ້ນທີ່ພວກທ່ານເຂົ້າໄປຢຶດຄອງ.