lo_deu_text_ulb_l3/08/15.txt

1 line
1.4 KiB
Plaintext

\v 15 ຢ່າຫລົງລືມພຣະອົງຜູ້ຊົງນຳພວກທ່ານອອກມາຈາກຖິ່ນທຸລະກັນດານອັນກວ້າງໃຫຍ່, ເເລະ ຫນ້າຢ້ານທີ່ມີສັດມີພິດຮ້າຍເເຮງ ເເລະ ແມງງອດທັງຫລາຍ ເເລະ ຜືນເເຜ່ນດິນທີ່ເເຫ້ງເເລ້ງບໍ່ມີນ້ຳຜູ້ໄດ້ຊົງເຮັດໃຫ້ນ້ຳໄຫລອອກມາຈາກຫີນເຫລັກໄຟນັ້ນ. \v 16 ພຣະອົງໄດ້ຊົງລ້ຽງດູພວກທ່ານໃນຖິ່ນທຸລະກັນດານດ້ວຍມານາທີ່ບັນພະບູລຸດຂອງທ່ານທັງຫລາຍບໍ່ເຄີຍຮູ້ຈັກ, ເພື່ອວ່າພຣະອົງຈະເຮັດໃຫ້ພວກທ່ານຖ່ອມໃຈ ເເລະທົດສອບພວກທ່ານ ເພື່ອເຮັດໃຫ້ພວກທ່ານດີໃນບັ້ນປາຍ, \v 17 ເເຕ່ພວກທ່ານອາດກ່າວໃນໃຈຂອງພວກທ່ານວ່າ, , 'ອຳນາດຂອງເຮົາ ເເລະ ກຳລັງເເຫ່ງມືຂອງເຮົາເຮັດໃຫ້ໄດ້ຄວາມມັ່ງຄັ່ງທັງຫມົດນີ້.'