lo_deu_text_ulb_l3/34/10.txt

1 line
1.2 KiB
Plaintext

\v 10 ນັບຈາກວັນນັ້ນເປັນຕົ້ນມາບໍ່ມີຜູ້ເຜີຍພຣະວັດຈະນະໃດທີ່ຄືໂມເຊ ຄືຜູ້ທີ່ພຣະຢາເວຊົງຮູ້ຈັກຫນ້າຕໍ່ຫນ້າ \v 11 ບໍ່ມີຜູ້ເຜີຍພຣະວັດຈະນະໃດເປັນຄືເຂົາໃນເລື່ອງຫມາຍສຳຄັນເເລະການອັດສະທີ່ພຣະຢາເວໄດ້ຊົງສົ່ງເຂົາເຂົ້າໄປໃນດິນເເດນເອຢິບ ຄືຕໍ່ຟາໂລ ເເລະຕໍ່ບັນດາທາດຂອງເຂົາ ເເລະຕໍ່ດິນເເດນທັງຫມົດຂອງເຂົາ \v 12 ບໍ່ເຄີຍມີຜູ້ເຜີຍພຣະວັດຈະນະຄົນໃດທີ່ເປັນເຫມືອນຄວາມັຍິ່ງໃຫຍ່ທັງຫມົດ ຄືການເຮັດອັນຫນ້າຢຳເກງທີ່ໂມເຊໄດ້ເຮັດໃນສາຍຕາຂອງຄົນອິດສະຣາເອນທັງຫມົດ