lo_deu_text_ulb_l3/23/21.txt

1 line
1.2 KiB
Plaintext

\v 21 ເມື່ອພວກທ່ານໃຫ້ຄຳສາບານຕໍ່ພຣະຢາເວພຣະເຈົ້າຂອງພວກທ່ານ ພວກທ່ານຕ້ອງບໍ່ຊ້າໃນການເຮັດໃຫ້ຄຳສາບານນັ້ນສຳເລັດ ເພາະພຣະຢາເວຂອງພວກທ່ານຈະຮຽກຮ້ອງສິ່ງນັ້ນຈາກພວກທ່ານເເນ່ນອນ \v 22 ຖ້າບໍ່ເຮັດໃຫ້ຄຳສາບານສຳເລັດກໍບາບເເກ່ພວກທ່ານ \v 23 ສິ່ງນັ້ນທີ່ໄດ້ອອກມາຈາກປາກຂອງພວກທ່ານ ພວກທ່ານຕ້ອງປະຕິບັດເເລະເຮັດຕາມ ຄືສິ່ງທີີ່ພວກທ່ານໄດ້ໃຫ້ຄຳສາບານເອົາໄວ້ຕໍ່ພຣະຢາເວພຣະເຈົ້າຂອງພວກທ່ານ ສິ່ງໃດໆກໍຕາມທີ່ພຣະຢາເວພຣະເຈົ້າຂອງພວກທ່ານໄດ່ສັນຍາດ້ວຍປາກຂອງພວກທ່ານໂດຍສະມັກໃຈ