lo_deu_text_ulb_l3/30/09.txt

1 line
1.6 KiB
Plaintext

\v 9 ພຣະຢາເວພຣະເຈົ້າຂອງພວກທ່ານຈະຊົງເຮັດໃຫ້ພວກທ່ານອຸດົມສົມບູນໃນການງານທຸກຢ່າງທີ່ມືຂອງພວກທ່ານເຮັດ,ໃນຜົນເເຫ່ງຮ່າງກາຍຂອງພວກທ່ານ, ໃນຜົນເເຫ່ງຝູງສັດຂອງພວກທ່ານ, ໃນຜົນເເຫ່ງດິນຂອງພວກທ່ານ, ເພື່ຶອຄວາມຈະເຣີນຮຸ່ງເຮືອງ, ເພາະພຣະຢາເວຊົງດີໃຈເຫນືອພວກທ່ານອີກຄັ້ງຫນຶ່ງເພາະຄວາມຈະເຣີນຮຸ່ງເຮືອງ, ເຫມືອນກັບທີ່ພຣະອົງໄດ້ຍິນດີເຫນືອບັນດາບັນພະບຸຣຸດຂອງພວກທ່ານ. \v 10 ພຣະອົງຈະຊົງເຮັດສິ່ງນີ້ຖ້າຫາກພວກທ່ານຈະເຊື່ອຟັງສຽງຂອງພຣະຢາເວພຣະເຈົ້າຂອງພວກທ່ານ, ເພື່ອຖືຮັກສາບັນຍັດຕ່າງໆ ຂອງພຣະອົງ,ທີ່ຖືກບັນທຶກໄວ້ໃນຫນັງສືເເຫ່ງກົດບັນຍັດນີ້, ຖ້າພວກທ່ານຫັນມາຫາພຣະຢາເວພຣະເຈົ້າຂອງພວກທ່ານດ້ວຍສິ້ນສຸດໃຈເເລະດ້ວຍສິ້ນສຸດຈິດຂອງພວກທ່ານ.