lo_deu_text_ulb_l3/14/22.txt

1 line
975 B
Plaintext

\v 22 ພວກທ່ານຕ້ອງຖວາຍຜົນລະປູກທີ່ພວກທ່ານໄດ້ເເຕ່ລະປີນັ້ນ, ຈາກທົ່ງນາປີຕໍ່ປີ. \v 23 ພວກທ່ານຕ້ອງກິນຕໍ່ພຣະພັກພຣະຢາເວພຣະເຈົ້າຂອງພວກທ່ານ, ໃນທີ່ສະຖານທີ່ພຣະອົງຈະເລືອກໃຫ້ເປັນສະຖານທີ່ນະມັດສະການຖວາຍຈາກພືດຜົນຂອງພວກທ່ານ,ຈາກເຫລົ້າອະງຸ່ນໃຫມ່ຂອງພວກທ່ານ, ເເລະສັດຫົວປີຈາກຝູງສັດຂອງພວກທ່ານ;ເພື່ອພວກທ່ານຈະຮຽນຮູ້ທີ່ຈະຖວາຍກຽດຕິຍົດຕໍ່ພຣະຢາເວພຣະເຈົ້າຂອງພວກທ່ານສະເຫມີ.