\v 9 ເມື່ອຂ້ານ້ອຍຂຶ້ນໄປພູເຂົາເພື່ອຮັບເເຜ່ນສີລາ, ຄືເເຜ່ນສີລາເເຫ່ງພັນທະສັນຍາທີ່ພຣະຢາເວໄດ້ເຮັດໄວ້ກັບພວກທ່ານ, ຂ້ານ້ອຍໄດ້ຢູ່ເທິງພູເຂົາເປັນເວລາສີ່ສິບມື້ ເເລະ ສີ່ສິບຄືນ; ຂ້ານ້ອຍບໍ່ໄດ້ກິນເຂົ້າຈີ່ຫລືກິນນ້ຳເລີຍ. \v 10 ພຣະຢາເວໄດ້ປຣະທານເເຜ່ນສີລາໃຫ້ພວກທ່ານສອງເເຜ່ນໃຫ້ເເກ່ພວກທ່ານຊຶ່ງຖືກຂຽນໂດຍມືຂອງພຣະອົງ; ເທິງສີລາເຫລົ່ານັ້ນທຸກສິ່ງໄດ້ຖືກຈາລຶກໄວ້ຄືກັບຖ້ອຍຄຳທັງຫມົດທີ່ພຣະຢາເວໄດ້ຊົງປຣະກາດໃຫ້ເເກ່ພວກທ່ານຈາກກາງໄຟທີ່ຢູ່ເທິງພູເຂົາໃນວັນທີ່ຊຸມນຸມກັນນັ້ນ.