\v 3 ສິ່ງນີ້ຈະເປັນສິ່ງທີ່ປະໂຣຫິດທັງຫລາຍສົມຄວນໄດ້ຮັບຈາກປະຊາຊົນ ຈາກຄົນເຫລົ່ານັ້ນທີ່ຖວາຍບູຊາ ບໍ່ວ່າຈະເປັນງົວຫລືເເກະ ພວກເຂົາຕ້ອງເອົາສ່ວນບາງສ່ວນເເກ້ມສອງເເກ້ມ ເເລະສ່ວນຕ່າງໆທີ່ເປັນອະໄວຍະວະພາຍໃນເເກ່ປະໂຣຫິດ \v 4 ຜົນທຳອິດຂອງພຶດຜົນຂອງພວກທ່ານ ຂອງເຫລົ້າອະງຸ່ນໃຫມ່ຂອງພວກທ່ານ ເເລະຂອງນ້ຳມັນຂອງພວກທ່ານ ເເລະຂົນເເກະທີ່ຕັດຄັ້ງເເລກຂອງພວກທ່ານ ພວກທ່ານຕ້ອງມອບໃຫ້ເເກ່ພວກເຂົາ \v 5 ເພາະພຣະຢາເວພຣະເຈົ້າຂອງພວກທ່ານໄດ້ຊົງເລືອກເຂົາອອກມາຈາກເຜົ່າຕ່າງໆ ຂອງພວກທ່ານເພື່ອຢືນຂຶ້ນ ປະຕິບັດໃນພຣະນາມຂອງພຣະຢາເວທັງຕົວເຂົາເເລະລູກຊາຍທັງຫລາຍຂອງພວກເຂົາຕະຫລອດໄປເປັນນິດ