\v 27 \v 28 \v 29 ເພາະຂ້ອຍນ້ອຍຮູ້ເລື່ຶອງກະບົດຂອງພວກທ່ານເເລະເລື່ອງຄວາມດື້ດຶງຂອງພວກທ່ານ ຈົ່ງເບິ່ງສາ ໃນຂະນະທີ່ຂ້ານ້ອຍມີຊີວິດຢູ່ຮ່ວມກັນກັບພວກທ່ານໃນທຸກວັນນີ້ພວກທ່ານຍັງໄດ່້ກະບົດຕໍ່ພຣະຢາເວເເລ້ວມັນຈະຍິ່ງກວ່ານີ້ປານໃດເມື່ອຫລັງຈາກຂ້ານ້ອຍຕາຍໄປເເລ້ວ? ຈົ່ງເອີ້ນຊຸມນຸມຜູ້ອາວຸໂສທັງຫມົດຂອງເຜົ່າຕ່າງໆ ຂອງພວກທ່ານ ເເລະພວກນາຍພົນທັງຫລາຍຂອງພວກທ່ານໃຫ້ເເກ່ຂ້ານ້ອຍ ເພື່ອວ່າຂ້ານ້ອຍຈະເວົ້າຖ້ອຍຄຳເຫລົ່ານີ້ເຂົ້າໄປຫູຂອງພວກເຂົາເເລະເອີ້ນທ້ອງຟ້າເເລະເເຜ່ນດິນມາເປັນພະຍານຕໍ່ສູ້ພວກເຂົາ ເພາະຂ້ານ້ອຍຮູ້ວ່າຫລັງຈາກຂ້ານ້ອຍຕາຍໄປເເລ້ວ ພວກທ່າຍຈະເຮັດໃຫ້ໂຕເອງຊົ່ວຊ້າເເລະຫັນອອກຈາກວິທີທີ່ຂ້ານນ້ອຍໄດ້ບັນຊາພວກທ່ານ ຄວາມພິນາດຈະເຫນືອພວກທ່ານໃນວັນເຫລົ່ານັ້ນທີ່ຕາມມາ ສິ່ງນີ້ຈະເກີດຂຶ້ນເພາະພວກທ່ານຈະເຮັດສິ່ງທີ່ຊົ່ວຮ້ານໃນສາຍພະເນດຂອງພຣະຢາເວ ທີ່ເປັນການເຮັດໃຫ້ພຣະອົງພິໂຣດໂດຍຜ່ານການງານເເຫ່ງນ້ຳມືຂອງພວກທ່ານ"