\v 7 ພຣະຢາເວບໍ່ໄດ້ຄວາມຮັກຂອງພຣະອົງເຫນືອພວກທ່ານຫລືຊົງເລືອກພວກທ່ານເພາະພວກທ່ານມີຈຳນວນຫລາຍກວ່າຊົນຊາດໃດໆ ເເຕ່ເພາະພວກທ່ານເປັນຈຳນວນຄົນທີ່ມີຈຳນວນຫນ້ອຍທີ່ສຸດ \v 8 ເເຕ່ເພາະພຣະອົງຊົງຮັກສາພວກທ່ານ ເເລະຮັກສາຄຳສັນຍາທີ່ພຣະອົງໄດ້ຊົງເຮັດເອົາໄວ້ເເກ່ບັນດາບັນພະບູລຸດຂອງພວກທ່ານ ນີ້ຈຶ່ງເປັນສາເຫທີ່ພຣະຢາເວໄດ້ຊົງນຳພວກທ່ານອອກມາດ້ວຍພຣະຫັດອັນຊົງຣິດເລະໄດ້ໄຖ່ພວກທ່ານອອກຈາກເຮືອນທາດຈາກພະຫັດຂອງຟຣາໂຣ ກະສັດເເຫ່ງເອຢິບ