\v 3 ດັ່ງນັ້ນຂ້ານ້ອຍຈຶ່ງໄດ້ເຮັດຫິີບຈາກໄມ້ກະຖິນເທດຂຶ້ນມາຫີບຫນຶ່ງ ເເລະຂ້ານ້ອຍໄດ້ສະກັດສີລາສອງເເຜ່ນຄືກັບຄັ໊ງທຳອິດ ເເລະຂ້ານ້ອຍໄດ້ຂຶ້ນໄປພູເຂົາໂດຍມີສີລາສອງເເຜ່ນຢູ່ໃນມືຂອງຂ້ານ້ອຍ \v 4 ພຣະອົງໄດ້ຊົງຂຽນເທິງສີລາເຫລົ່ານັ້ນ ຄືກັບທີ່ໄດ້ຂຽນໃນຄັ້ງທຳອິດຄືພຣະສັນຍາສິບປະການທີ່ພຣຢາເວໄດ້ກ່າວເເກ່ຂ້ານ້ອຍອອກມາຈາກກາງໄຟທີ່ເທິງພູເຂົາໃນວັນເເຫ່ງການຊຸມນຸມກັນນັ້ນ ເເລ້ວພຣະຢາເວຈຶ່ງໄດ້ປະທານສີລາເຫລົ່ານັ້ນໃຫ້ຂ້ານ້ອຍ