\v 10 ເມື່ອພຣະຢາເວພຣະເຈົ້າຂອງພວກທ່ານນຳພວກທ່ານເຂົ້າໄປໃນດິນເເດນທີ່ພຣະອົງໄດ້ຊົງສັນຍາໄວ້ຕໍ່ບັນດາບັນພະບູລຸດຂອງພວກທ່ານຄືຕໍ່ອັບຣາຮາມ ອີຊາກ ເເລະຕໍ່ຢາໂຄບ ທີ່ພຣະອົງປະທານໃຫ້ເເກ່ພວກທ່ານພ້ອມກັບເມືອງຕ່າງໆ ທີ່ກວ້າງໃຫຍ່ເເລະດີທີ່ສຸດຊຶ່ງພວກທ່ານບໍ່ໄດ້ສ້າງ \v 11 ເເລະບັນດາເຮືອນທີ່ເຕັມໄປດ້ວຍສິ່ງທີ່ດີທຸກຢ່າງຊຶ່ງພວກທ່ານບໍໄດ້ເຮັດ ບໍ່ນ້ຳຕ່າງໆທ່ພວກທ່ານບໍ່ໄດ້ຂຸດ ເເລະບັນດາສວນອາງຸ່ນກັບຕົ້ນຫມາກກອກເທດທີ່ທ່ານບໍໄດ້ປູກ ພວກທ່ານຈະກິນເເລະອີ່ມຫນຳ \v 12 ດັ່ງນັ້ນຈົ່ງເອົາໃຈໃສ່ໃຫ້ດີ ເພື່ອວ່າພວກທ່ານຈະບໍຫລົງລຶມພຣະຢາເວຜູ້ຊົງໄດ້ນຳພວກທ່ານອອກຈາກເອຢິບອອກຈາກເຮືອນທາດ