\v 41 ເເລ້ວພວກທ່ານຕອບເເກ່ຂ້ານ້ອຍວ່າ'ພວກເຮົາໄດ້ເຮັດບາບຕໍ່ພຣະຢາເວເເລ້ວ ພວກເຮົາຈະຂຶ້ນໄປເເລະຕໍ່ສູ້ ເເລະພວກເຮົາຈະເຮັດຕາມທຸກສິ່ງພຣະຢາເວຂອງພວກເຮົາໄດ້ຊົງສັ່ງໃຫ້ພວກເຮົາເຮັດ'ຜູ້ຊາຍທຸກຄົນໃນທ່າມກາງພວກທ່ານຕ່າງກໍເຮັດອາວຸດສຳລັບເຮັດສົງຄາມ ເເລະພວກທ່ານພ້ອມຈະເຂົ້າໂຈມຕີປະເທດຮ່ອມພູເຂົານັ້ນ \v 42 ພຣະຢາເວໄດ້ກ່າວວ່າ 'ຈົ່ງບອກເເກ່ພວກເຂົາວ່າ ຢ່າເຂົ້າໂຈມຕີເເລະຕໍ່ສູ້ ເພາະເຮົາຈະບໍຢູ່ກັບພວກເຈົ້າ ເເລະພວກເຈົ້າຈະພ່າຍເເພ້ສັດຕູ