\c 12 \v 1 ເຫລົ່ານີີ້ຄືບັນຍັດເເລະກົດຫມາຍຕ່າງໆ ທີ່ພວກທ່ານຈະໄດ້ຖືຮັກສາໄວ້ໃນດິນເເດນທີ່ພຣະຢາເວ,ພຣະເຈົ້າຂອງພວກທ່ານໄດ້ປະທານໃຫ້ເເກ່ພວກທ່ານຢຶດຄອງ, ຕະຫລອດວັນເວລາທີ່ພວກທ່ານມີຊີວິດຢູ່ໂລກນີ້. \v 2 ເເນ່ນອນທີ່ພວກທ່ານຈະຕ້ອງທຳລາຍສະຖານທີ່ທຸກເເຫ່ງທີ່ຊົນຊາດຕ່າງໆທີ່ພວກທ່ານໄດ້ຢຶດຄອງນັ້ນ ໄດ້ນະມັດສະການພະຕ່າງໆ ຂອງພວກເຂົາເທິງພູເຂົາສູງຕ່າງໆ, ເທິງໂນນເຂົາທັງຫລາຍ,ເເລະກ້ອງຕົ້ນໄມ້ສີຂຽວທຸກຕົ້ນ.