\v 6 ຖ້າມີຮັງນົກຕົກຢູ່ຕໍ່ຫນ້າຕໍ່ຕາພວກທ່ານຢູ່ຫົນທາງ ໃນຕົ້ນໄມ້ຕົ້ນໃດ ຫລືຢູ່ພື້ດິນຊຶ່ງຢູ່ຮັງນົກມີລູກນົກນ້ອຍໆ ຫລືໄຂ່ນົກ ເເລະເເມ່ຂອງມັນນັ່ງປົກລູກຂອງມັນຢູ່ຫລືໄຂ່ນົກນັ້ນພວກທ່ານຕ້ອງບໍ່ພາກເເມ່ໄປຈາກລູກນ້ອຍໆ ຂອງມັນ \v 7 ພວກທ່ານຕ້ອງປ່ອຍເເມ່ຂອງມັນໄປ ເເຕ່ລູກນ້ອຍໆຂອງມັນ ທ່ານສາມາດເອົາມາໄດ້ ຈົ່ງເຊື່ອຟັງຄືບັນຊານີ້ເພື່ອພວກທ່ານຈະໄປດີມາດີເເລະພວກທ່ານຈະມີຊີວິດຍືນຍາວຕະຫລອດວັນເວລາຂອງພວກທ່ານ