\v 15 ດັ່ງນັ້ນຂ້ານ້ອຍຈຶ່ງໄດ້ເລືອກບັນດາຫົວຫນ້າອອກມາຈາກເຜົ່າຕ່າງໆ ຂອງພວກທ່ານ ຄື ຄົນທີ່ສະຫລາດເເລະຄົນທີ່ມີຊື່ສຽງດີເເລະເເຕ່ງຕັ້ງພວກເຂົາໃຫ້ເປັນົວຫນ້າປົກຄອງດູເເລພວກທ່ານເປັນຫົວຫນ້າຄວບຄຸມຄົນຫນຶ່ງພັນຄົນ ເເລະເເຕ່ງຕັ້ງບັນດາເຈົ້າຫນ້າທີ່ປະຈຳເຜົ່າເເຕ່ລະເຜົ່າ \v 16 ຂ້ານ້ອຍໄດ້ສັ່ງບັນດາຜູ້ພິພາກສາຂອງພວກທ່ານໃນຄັ້ງນັ້ນວ່າ 'ຈົ່ງຟັງຂໍ້ພິພາກສາຕ່າງໆ ລະຫວ່າງພີ່ນ້ອງຂອງພວກທ່ານ ເເລະຈົ່ງຕັດສິນຢ່າງຊອບທຳລະຫວ່າງຄົນຫນຶ່ງເເລະພີ່ນ້ອງຂອງເຂົາ ເເລະກັບຄົນສຕ່າງຊາດທີ່ຢູ່ກັບເຂົານັ້ນ