\v 28 ພຣະຢາເວໄດ້ຍິນຖ້ອຍຄຳຕ່າງໆ ຂອງພວກທ່ານ. ເມື່ອພວກທ່ານໄດ້ກ່າວເເກ່ຂ້ານ້ອຍ, 'ພຣະອົງໄດ້ກ່າວກັບຂ້ານ້ອຍວ່າ ເຮົາໄດ້ຍິນຖ້ອຍຄຳຕ່າງໆຂອງປະຊາຊົນນີ້, ໃນສິ່ງທີ່ພວກເຂົາກ່າວນັ້ນດີ. \v 29 ໂອ, ຊຶ່ງມີຫົວໃຈເຊັ່ນນີ້ໃນພວກເຂົາ, ທີ່ພວກເຂົາຈະໃຫ້ກຽດເເກ່ເຮົາ ເເລະຮັກສາພຣະບັນຍັດທັງຫມົດຂອງເຮົາສະເຫມີ, ເພື່ອພວກເຂົາ ເເລະ ບັນດາລູກຫລານຂອງພວກເຂົາຈະຢູ່ເຢັນເປັນສຸກສືບໄປເປັນນິດ! \v 30 ຈົ່ງໄປເວົ້າກັບພວກເຂົາວ່າ, "ຈົ່ງກັບໄປຍັງເຕັນຂອງພວກເຈົ້າເຖີດ."