\v 13 ພຣະຢາເວພຣະເຈົ້າຂອງພວກທ່ານເຮັດໃຫ້ພວກທ່ານເປັນຫົວ, ເເລະບໍ່ເເມ່ນຫາງ ພວກທ່ານຢູ່ເຫນືອກວ່າເທົ່ານັ້ນ, ເເລະພວກທ່ານຈະບໍ່ມີວັນຢູ່ພາຍໃຕ້, ຖ້າທ່ານຟັງພຣະບັນຍັດທັງຫລາຍຂອງພຣະຢາເວພຣະເຈົ້າຂອງພວກທ່ານທີ່ຂ້າພະເຈົ້າກຳລັງບັນຊາພວກທ່ານໃນວັນນີ້,ດັ່ງນັ້ນຈົ່ງປະຕິບັດເເລະເຮັດຕາມຖ້ອຍຄຳເຫລົ່ານີ້. \v 14 ເເລະພວກທ່ານຈະບໍ່ຫັນຫນີຈາກຖ້ອຍຄຳໃດໆ ທີ່ຂ້ານ້ອຍກຳລັງບັນຊາພວກທ່ານໃນວັນນີ້,ໄປທາງຂວາມືຫລືຊ້າຍມື ຄືໄປຕິດຕາມພະອື່ນໆ ເພື່ອປະຕິບັດພະເຫລົ່ານັ້ນ.