\v 10 ພວກທ່ານຈົ່ງສະເເຫວງຫາຄຳປຶກສາຂອງພວກເຂົາ ເເລະພວກເຂົາຈະໃຫ້ຄຳຕັດສິນກັບພວກທ່ານເເລະພວກທ່ານຈະເຮັດຕາມກົດຫມາຍທີ່ໄດ້ໃຫ້ໄວ້ເເກ່ພວກທ່ານໃນສະຖານທີ່ ທີ່ພຣະຢາເວຊົງເລືອກໃຫ້ພວກທ່ານເປັນສະຖານທີ່ນະມັດສະການຂອງພຣະອົງ, ພວກທ່ານຈົ່ງເອົາໃຈໃສ່ໃນສິ່ງທີ່ພວກເຂົາສັ່ງໃຫ້ພວກທ່ານເຮັດ. \v 11 ຈົ່ງເຮັດຕາມກົດຫມາຍທີ່ພວກເຂົາສອນພວກທ່ານ, ເເລະເຮັດຕາມຄຳຕັດສິນທີ່ພວກເຂົາໃຫ້ເເກ່ພວກທ່ານ, ຢ່າຫັນໄປທາງຂວາມືຫລືຊ້າຍມືຈາກສິ່ງທີ່ພວກເຂົາບອກພວກທ່ານ.