\v 13 \v 14 ພວກທ່ານຕ້ອງຖືຮັກສາເທດສະການອາທິດເປັນເວລາເຈັດວັນຫລັງຈາກພວກທ່ານໄດ້ລວບລວມການເກັບກ່ຽວຈາກລານນວດເຂົ້າຂອງພວກທ່ານເເລະຈາກບໍຢ້ຳອະງຸ່ນ ຂອງພວກທ່ານ ພວກທ່ານຈະຊື່ນຊົມຍິນດີໃນລະຫວ່າງເທດສະການຂອງພວກທ່ານ ຄືພວກທ່ານ ລູກຊາຍ ເເລະລູກຍິງຂອງພວກທ່ານ ຄົນຮັບໃຊ້ຊາຍເເລະຍິງຂອງພວກທ່ານ ຄົນເລວີເເລະຄົນຕ່າງຊາດ ເເລະລູກກຳພ້າ ເເລະເເມ່ຫມ້າຍ ທີ່ອາໃສຢູ່ໃນປະຕູເມືອງທັງຫລາຍຂອງພວກທ່ານ