\v 5 ເເຕ່ຂຈົ່ງໄປຍັງສະຖານທີ່ ທີ່ພຣະຢາເວພຣະເຈົ້າຂອງທ່ານຈະເລືອກອອກມາຈາກເຜົ່າຕ່າງໆ ທັງຫມົດຂອງພວກທ່ານເພື່ອສະຖາປະນາພຣະນາມຂອງພຣະອົງ ທີ່ນັ້ນເປັນສະຖານທີ່ ທີ່ພຣະອົງປະທັບຢູ່ເເລະເປັນສະຖານທີ່ ທີ່ພວກທ່ານຈະໄປ \v 6 ທີ່ນັ້ນຄືສະຖານທີ່ ທີ່ພວກທ່ານຈະນຳເຄື່ອງເຜົາບູຊາຂອງພວກທ່ານມາຖວາຍ ເຄື່ອງບູຊາຂອງພວກທ່ານ ເລະຂອງຖວາຍຕ່າງໆທີ່ນຳມາໂດຍມືຂອງທ່ານຂອງຖວາຍເເກ້ບົນຕ່າງໆ ຂອງພວກທ່ານ ຂອງຖວາຍຕາມສະຫມັກໃຈຂອງພວກທ່ານ ເເລະຜົນທຳອິດຂອງຝູງສັດຕ່າງໆ ຂອງພວກເຂົາ