\v 20 ຍິ່ງໄປກວ່ານັ້ນ ພຣະຢາເວພຣະເຈົ້າຂອງພວກທ່ານ ຈະສົ່ງຝູງຕໍ່ມາທ່າມກາງພວກເຂົາ ຈົນກວ່າບັນດາຄົນເຫລົ່ານັ້ນທີ່ຫລົງເຫລືອເເລະລີ້ຢູ່ຈາກພວກທ່ານຈະຖືກກຳຈັດໄປຫມົດຕໍ່ຫນ້າພວກທ່ານ \v 21 ພວກທ່ານຈະບໍ່ຢ້ານພວກເຂົາ ເພາະພຣະຢາເວພຣະເຈົ້າຂອງທ່ານຊົງຢູ່ທ່າມກາງຂອງພວກທ່ານ ພຣະເຈົ້າຊົງຫຍິ່ງໃຫຍ່ເເລະຫນ້າຢຳເກງ ພຣະຢາເວ \v 22 ພຣະເຈົ້າຂອງທ່ານຈະຊົງຂັບໄລ່ຊົນຊາດຕ່າງໆ ເຫລົ່ານັ້ນຕໍ່ຫນ້າພວກທ່ານເທື່ອລະນ້ອຍພວກທ່ານຈະບໍ່ໄດ້ລົບຊະນະພວກເຂົາໃນຄັ້ງດຽວ ຫລືສັດປ່າທັງຫລາຍທີ່ຢູ່ອ້ອມຮອບພວກທ່ານຈະເພີ່ມຫລາຍຂຶ້ນ