\v 22 ເພາະຖ້າພວກທ່ານຫມັ່ນພຽນໃນການຖືຮັກສາບັນຍັດທັງຫມົດທີ່ຂ້ານ້ອຍບັນຊາພວກທ່ານຢູ່ນີ້ ດັ່ງທີ່ພວກທ່ານກຳລັງເຮັດຕາມບັນຊາເຫລົ່ານັ້ນ ເພື່ອຮັກສາພຣະຢາເວຂອງພວກທ່ານ ເພື່ອດຳເນີນທາງທັງຫມົດຂອງພຣະອົງ ເເລະເພື່ອຜູກພັນກັບພຣະອົງ \v 23 ເເລະພຣະຢາເວຊົງຂັບໄລ່ຊົນຊາດຕ່າງໆ ເຫລົ່ານີ້ທັງຫມົດອອກໄປຈາກພວກທ່ານເເລະຈະຂັບໄລ່ຊົນຊາດຕ່າງໆທີ່ໃຫຍ່ກວ່າເເລະມີກຳລັງຫລາຍກວ່າພວກທ່ານອອກໄປ