\v 8 ຂ້າເເຕ່ພຣະຢາເວ ຂໍຊົງໃຫ້ອະໄພຕໍ່ປະຊາຊົນອິດສະຣາເອນຂອງພຣະອົງ ຄືຜູ້ທີ່ພຣະອົງໄດ້ຊົງໄຖ່ມາ ເເລະຂໍຊົງຢ່າເອົາຜິດສຳລັບການຫລັ່ງເລືອດຂອງຜູ້ບໍ່ມີຄວາມຜິດໃນທ່າມກາງປະຊາຊົນອິດສະຣາເອນຂອງພຣະອົງເລີຍ ເເລ້ວການລັງເລືອດນັ້ນຈະໄດ້ຮັບການຍົກໂທດ \v 9 ດ້ວຍວິທີນີ້ ພວກທ່ານຈະເອົາການຫລັ່ງເລືອດຂອງຜູ້ທີ່ໄຮ້ຄວາມຜິດຂອງອອກໄປຈາກທ່າມກາງພວກທ່ານ ເມື່ອພວກທ່ານເຮັດສິ່ງທີ່ຖືກຕ້ອງໃນສາຍພຣະເນດຂອງພຣະຢາເວ