\v 24 ພຣະຢາເວໄດ້ຊົງບັນຊາເຮົາໃຫ້ຮັກສາພຣະບັນຍັດທັງຫລາຍນີ້ໄວ້ໃຫ້ຢຳເກງພຣະຢາເວຂອງພວກເຮົາເພື່ອຜົນດີຂອງພວກເຮົາເອງ ເພື່ອພຣະອົງຈະຊົງຮັກສາພວກເຮົາໃຫ້ມີຊີວິດດັ່ງທີ່ພວກເຮົາເປັນຢູ່ທຸກວັນນີ້ \v 25 ຖ້າພວກເຮົາຖືຮັກສາພຣະບັນຍັດທັງຫລາຍເຫລົ່ານີ້ຕໍ່ຫນ້າພຣະຢາເວຂອງພວກເຮົາຕາມທີ່ພຣະອົງໄດ້ຊົງກ່າວເອົາໄວ້ກັບພວກເຮົານັ້ນສິ່ງນີ້ຈະເປັນຄວາມຊອບທຳຂອງພວກເຮົາ